ສີລັງກາ ພົບປັນຫາໜັກ ຍັງສາມາດເຕີມນ້ຳມັນໄດ້ເປັນມື້ສຸດທ້າຍ
ໃນວັນທີ 16 ທີ່ກຸງໂຄລຳໂບ ປະເທດສີລັງກາ, ນາຍົກລັດຖະມົນຕີຄົນໃໝ່ຂອງສີລັງກາໄດ້ກ່າວວ່າ: ເມື່ອວັນຈັນປະເທດໄດ້ຮັບຜົນກະທົບຈາກວິກິດການເງິນເຟີ້ ແລ້ວຕ້ອງໄດ້ໃຊ້ນ້ຳມັນເປັນມື້ສຸດທ້າຍ. ທ່ານ ລານິນ ວິກຳສິງເຫ (Ranil Wickremesinghe) ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ໃນວັນພະຫັດທີ່ຜ່ານມານີ້ ແລ້ວໄດ້ກ່າວໃນການປະລາໄຊຂອງປະເທດຊາດວ່າ ປະເທດຕ້ອງການແລກປ່ຽນເງິນຕາຕ່າງປະເທດ ຈຳນວນ 75 ລ້ານໂດລາ ເພື່ອທີ່ຈະນຳເຂົ້າສິນຄ້າທີ່ຈຳເປັນ ແລະ ມີນ້ຳມັນສຳຮອງໃຫ້ໃສ່ພຽງມື້ດຽວ. ປະເທດຈະມີນ້ຳມັນກາຊວນ ແລະ ແອັດຊັງ ໂດຍໃຊ້ສິນເສື້ອຈາກອິນເດຍເພື່ອສາມາດສະໜອງນ້ຳມັນໄດ້ອີກ 2-3 ມື້, ແຕ່ປະເທດຍັງປະເຊີນກັບການຂາດແຄນຢາຈຳເປັນຫຼາຍຊະນິດ. ປະຊາຊົນໄດ້ມີການຕໍ່ແຖວເພື່ອເຕີມນ້ຳມັນເຊື້ອໄຟເປັນເວລາ 6-7 ຊົ່ວໂມງ ເຊິ່ງເປັນເວລາທີ່ດົນທີ່ສຸດ ປະເທດຂາດເງິນຕາຕ່າງປະເທດ ເຮັດໃຫ້ອັດຕາເງິນເຟີ້ຮຸນແຮງ ແລະ…