ທ່ານ ພັນຄຳ ວິພາວັນ ຮ່ວມກັບຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ຢູ່ຕໍ່ໜ້າທຳນຽບຂາວ
ໃນຊ່ວງເວລາແຫ່ງປະຫວັດສາດ ທ່ານນາຍົກລັດຖະມົນຕີ ຄຳພັນ ວິພາວັນ ໄດ້ຢືນຄຽງຂ້າງກັບ ບັນດາຜູ້ນຳອາຊຽນ ແລະ ປະທານາທິບໍດີສະຫະລັດອາເມຣິກາ ໂຈໄບເດັນ ຢູ່ທີ່ໜ້າທຳນຽບຂາວ ລະຫວ່າງການປະຊຸມສຸດຍອດພິເສດ ສະຫະລັດ-ອາຊຽນ. ເປັນພາບປະຫວັດສາດ,ຮູບດັ່ງກ່າວນີ້ຖືກໂພສໂດຍເຟສບຸກທາງການຂອງທ່ານ ໄບເດນ ເມື່ອຕອນເຊົ້າຂອງມື້ນີ້ຕາມເວລາປະເທດລາວ (13 ພຶດສະພາ 2022) ພ້ອມຂໍ້ຄວາມທີ່ວ່າ " ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ນັ້ນເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງສະຫະລັດໃນອາຊີຕາເວັນອອກສ່ຽງໃຕ້. ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມປອດໄພ, ຄວາມຮຸ່ງເຮືອງ ແລະ ຄວາມເຄົາລົບຕໍ່ສິດທິມະນຸດຂອງປະຊາຊົນ 1 ຕື້ຄົນຂອງພວກເຮົາ". This evening, I welcomed ASEAN…