ປະເທດມຽນມາ ມີຜູ້ຕິດເຊື້ອໂຄວິດກວ່າ 1ແສນຄົນແລ້ວ
ກະຊວງສາທາລະນະສຸກ ແລະ ການກິລາຂອງມຽນມາ ຖະແຫລງລາຍງານຄວາມຄືບໜ້າສະຖານະການການລະບາດຂອງໂຄວິດ-19 ປະຈຳວັນທີ 7 ທັນວາ ໂດຍກວດພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ 1.276 ຄົນ ແລະ ມີຜູ້ເສຍຊີວິດອີກ 22 ຄົນ.ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອສະສົມສູງເຖິງ 100.431 ຄົນ ແຊງໜ້າຈຳນວນຜູ້ຕິດເຊື້ອທົ່ວປະເທດຈີນ ເຊິ່ງມີພຽງ 92.993 ຄົນ. ຂະນະທີ່ຜູ້ເສຍຊີວິດມີທັງໝົດ 2.132 ຄົນ.ໃນອາທິດຜ່ານມາ, ສະຖານະການການແຜ່ລະບາດຢູ່ມຽນມາເຂົ້າຂັ້ນວິກິດ ພົບຜູ້ຕິດເຊື້ອໃໝ່ຫລາຍ ກວ່າ 10.000 ຄົນໃນອາທິດດຽວ ເຊິ່ງລັດຖະບານຊີ້ວ່າເປັນຜົນມາຈາກປະຊາຊົນບໍ່ໃສ່ໃຈຄຳເຕືອນຂອງລັດຖະບານໃຫ້ຢູ່ແຕ່ເຮືອນ.ມີຫລັກຖານເປັນຮູບໃນສັງຄົມອອນລາຍທີ່ກຳລັງຈຸດວິພາກວິຈານຢ່າງກວ້າງຂວາງ ເພາະສະແດງໃຫ້ເຫັນວ່າປະຊາຊົນຈຳນວນຫລາຍຍັງໃຊ້ຊີວິດຕາມປົກກະຕິ ທັງຜ່ອນຄາຍ, ປິກນິກ ແລະ ນັ່ງຫລິ້ນຕາມສະຖານທີ່ສາທາລະນະ ຫລາຍຄົນຍັງບໍ່ໃສ່ຜ້າປິດປາກ-ດັງນຳອີກ…