ໂຣເບີດ ສາຍຄວັນ ດາລາຕະຫຼົກຊື່ດັງເສຍຊິວີດແລ້ວດ້ວຍໂລກມະເຮັງ
ໂຣເບີດ ສາຍຄວັນດາລາຕະຫຼົກຂອງໄທ ໄດ້ຈາກໂລກນີ້ໄປແລ້ວໃນຄອນຄ່ຳວັນທີ 19 ກັນຍານີ້ ຕາມຂ່າວຈາກຄົນໃກ້ຊິດ ຫຼັງຈາກທີ່ຜູ້ກ່ຽວໄດ້ນອນຮັກສາຕົວຢູ່ໂຮງໝຊມາຍາວນານ ດ້ວຍພະຍາດມະເຮັງປອດ ຜົນງານຂອງໂຣເບີດສາຍຄວັນມີຫຼາຍຜົນງານ ທັງລະຄອນ, ຊີຣີ, ຊິກຄອມ ພາບພະນຍົນ ແລະ ຍັງເຄີຍມາສະແດງຕະຫຼົກຢູ່ລາວນຳອີກ ເຊີ່ງເສຍຊິວີດດ້ວຍໄວອາຍຸ 54 ປີ ໂຣເບີດ ສາຍຄວັນ ມີຊື່ແ້ທ້ວ່າ: ໄພຊູນ ພຸ່ມຣັດ ຊື່ຫຼິ້ນວ່າ ໝັ່ງ ເກີດເມື່ອວ່າທີ 7 ພະຈິກ ປີ 1966 ມີພໍ່ເປັນຊາວອາເມຣິກັນ ຜີວດຳ ແມ່ເປັນຄົນໄທ ແຕ່ພໍ່ແມ່ໄດ້ໜີໄປຢູ່ເມກາໝົດປະໃຫ້ ໂຣເບີດກັບນ້ອງສາວຢູ່ກັບແມ່ເຖົ້າແຕ່ນ້ອຍ…