ປະຫວັດແທ້ຂອງ“ຄັງຄຸໄບ”ຖືກຖ່າຍທອດມາເປັນຮູບເງົາທີ່ໂດ່ງດັງໃນຕອນນີ້”Gangubai Kathiawadi”
ກາຍເປັນກະແສທີ່ຖືກເວົ້າຫຼາຍໃນປະເທດລາວສໍາລັບຮູບເງົາອິນເດຍເລື່ອງ "Gangubai Kathiawadi" ຫຼື ຄົນລາວຮູ້ໃນນາມ ຄັງຄຸໄບ ທີ່ໄດ້ຖ່າຍທອດຮູບເງົາຜ່ານການ stream ທີ່ແອັບ Netflix ຕອນນີ້ນາງເອກດັງອາເລຍ ບັດ ມີຄ່າໂຕສູງສຸດ 90,000,000 ບາດ ຈະມາເລົ່າຊີວິດຈິງຂອງໂສເພນີຊື່ດັງ ປະຫວັດຂອງ “ຄັງຄຸໄບ” ຫຼື "Gangubai Kathiawadi" ເກີດໃນປີ 1939 ເກີດໃສຕະກູນທະນາຍ ແລະ ມີຄວາມຝັນຢາກເປັນນັກສະແດງບໍລິວູດແຕ່ເມື່ອຕອນອາຍຸ 16 ປີ ຕົກຫຼຸມຮັກລາມນິກ ນັກບັນຊີຂອງພໍ່ຈົນໜີຕາມກັນໄປ ແຕ່ຕໍ່ມາພາຍໃນເວລາບໍ່ດົນ ລາມນິກ ໄດ້ຂາຍ ຄັງຄຸໄບ ໃຫ້ແກ່ຊ່ອງໃນລາຄາ…