ສະລະຕຳແໜ່ງແລ້ວ…ຂ້າພະເຈົ້າ Miss World Laos ຂໍສະລະຕຳແໜ່ງຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເລື່ອງລະອຽດບໍ່ຂໍຕອບ
ຈາກກະແສດ່າມ່າເລື່ອງອາຍຸຂອງ ນາງ ສຸພາວະດີ ພົງສະຫວັນ Miss World Laos 2021 ເຄີຍປະກວດ Miss Laos ມາກ່ອນເປັນຕົວແທນແຂວງສະຫວັນນະເຂດ ເຊິ່ງຊາວເນັດຄິດໄລ່ອາຍຸຈາກຕອນນັ້ນຈົນຮອດຕອນນີ້ແລ້ວອາຍຸໜ້າຈະກາຍການກໍານົດຂອງກອງປະກວດໃຫຍ່ທີ່ຕັ້ງໄວ້ແມ່ນ 17 ຫາ 26 ປີ ເຊິ່ງຊາວເນັດຄາດການວ່າປັດຈຸບັນໜ້າຈະໄດ້ອາຍຸ 31 ປີແລ້ວ https://youtu.be/vW4pgbMH6_4 ລ່າສຸດທາງເຟສບຸກສ່ວນຕົວ Phongsavanh ໄດ້ໂພສວ່າ: ຂ້າພະເຈົ້າ ນາງສຸພາວະດີ ພົງສະຫວັນ Miss World Laos 2021 ຂໍສະຫຼະຕຳ່ແໜ່ງຕັ້ງແຕ່ມື້ເປັນຕົ້ນໄປ.ເພາະວ່າບໍ່ມີຄວາມສາມາດແລະເລື່ອງລະອຽດບໍ່ຂໍຕອບ ຂໍໂທດທາງກອງປະກວດແລະຄະນະກຳມະການທຸກໆທ່ານທີ່ໃຫ້ຄວາມໄວ້ວາງໃຈດຳລົງຕຳ່ແໜ່ງ.ຂອບໃຈພໍ່ແມ່ພີ່ນ້ອງແລະທຸກໆຄົນທີ່ບໍ່ຮູ້ຈັກກັນທີ່ສົ່ງກຳລັງໃຈມາໃຫ້ຕະຫຼອດມາ