ລັດຖະບານປະຊຸມດ່ວນ! ຫຼັງພົບຜູ້ຕິດເຊື້ອໃໝ່14ຄົນ ພິຈາລະນາຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາຈາກປະເທດສ່ຽງ
ນະຄອນຫຼວງວຽງຈັນ: ຂ່າວດ່ວນ ໃນວັນທີ 23 ພະຈິກ 2020 ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ເພີ່ມອີກ 14 ກໍລະນີ ໃນນັ້ນ ຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ເພດຊາຍ 11 ຄົນ,ຍິງ 3 ຄົນ) ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ. ຈາກການກວດເບື້ອງຕົ້ນ ທຸກຄົນແມ່ນມີອາການປົກກະຕິ (ບໍ່ສະແດງອາການຫຍັງເຊັ່ນ: ຫວັດ, ໄຂ້,…