ປະຢັດໃນມື້ນີ້ ເພື່ອສຸຂີໃນມື້ໜ້າ ບໍ່ຟູມເຟືອຍໃນການຢູ່, ການກິນ, ການໃຊ້, ການຈ່າຍຕ່າງໆເກີນຄວາມເປັນຈິງ
ການປະຢັດແມ່ນໜຶ່ງໃນຫລາຍໆມາດຕະການເພື່ອເລັ່ງລັດປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ 2022 ເຊິ່ງໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ເມສາ ແລະ ໄດ້ປິດລົງໃນວັນທີ 27 ເມສາ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມຄັ້ງນີ້, ໜຶ່ງໃນຫລາຍໆບັນຫາສຳຄັນທີ່ກ່ຽວພັນເຊື່ອມໂຍງເຖິງໜ້າວຽກໃນເດືອນພຶດສະພາ 2022 ອີກອັນໜຶ່ງກໍຄື ເຫັນດີໃຫ້ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະແມ່ນການປະຢັດລາຍຈ່າຍບໍລິຫານ, ລາຍຈ່າຍສຳລັບການຈັດຊື້-ຈັດຈ້າງ ຖ້າບໍ່ຈຳເປັນແທ້ກໍຄວນເລື່ອນໄປກ່ອນ. ສຳລັບການເຄື່ອນໄຫວວຽກງານຢູ່ຕ່າງປະເທດກໍເໝືອນກັນ ຖ້າບໍ່ຈຳເປັນແທ້ໆກໍອາດມອບໃຫ້ເອກອັກຄະລັດຖະທູດຂອງ ສປປ ລາວ ທີ່ຢູ່ປະເທດນັ້ນໆເຂົ້າຮ່ວມແທນ ຫລື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ ແລະ…