ເປັນຫຍັງ? ຄ່າເງິນບາດ ແລະ ເງິນໂດລາ ຈຶ່ງພຸ່ງຂຶ້ນສູງຫຼາຍໃນຊ່ວງນີ້ ມີຄຳຕອບ

ເປັນຫຍັງ? ຄ່າເງິນບາດ ແລະ ເງິນໂດລາ ຈຶ່ງພຸ່ງຂຶ້ນສູງຫຼາຍໃນຊ່ວງນີ້ ມີຄຳຕອບ

ບົດຄວາມນີ້ ເປັນບົດແລກປ່ຽນຄວາມຄິດເຫັນ ຂອງທ່ານ Soukthavone Southichuck ໃນຫົວຂໍ້ “ເວົ້າເລື້ອງຄ່າເງິນ Lao kip is going useless for real or not?” ເຫັນວ່າ ມີມຸມມອງທີ່ໜ້າຄິດ ແລະເປັນປະໂຫຍດຕໍ່ທ່ານຜູ້ອ່ານ.

ຄົງປະຕິເສດບໍ່ໄດ້ວ່າໃນປັດຈຸບັນນີ້ສະຖານະການຂອງຄ່າເງິນກີບນັ້ນບອກເລິຍວ່າອາການຫນັກ (ນີ້ແມ່ນລາຄາຄະຫລາດ ເພາະລາຄາທະນາຄານແມ່ນ useless ໃຊ້ການບໍ່ໄດ້).

ເປັນຫຍັງຈຶ່ງທຽບເງິນກີບໃສ່ສອງສະກຸນນີ້ ?

ງ່າຍໆເລີຍເງິນ USD$ ແມ່ນນໍາໃຊ້ທົ່ວໂລກ ແລະ ເງິນ THB ລະແມ່ນຖືກນ້ຳໃຊຢ່າງແຜ່ຫລາຍໃນບ້ານເຮົາ ເພາະເຄື່ອງອຸປະໂພກ ແລະ ບໍລິໂພກທົ່ວໄປສ່ວນຫລາຍລະແມ່ນນຳເຂົ້າມາແຕ່ໄທ

1. ເປັນຫຍັງເງິນຈຶ່ງຂຶ້ນໄປຮອດລະດັບນັ້ນ. ກ່ອນອື່ນເຮົາຕ້ອງເຂົ້າໃຈວ່າເງິນກະແມ່ນພຽງແຕ່ເຈ້ຍ ຫຼື ອີ່ຫຍັງຕ່າງໆທີ່ເປັນຊື່ກາງໃນການ ແລກປ່ຽນ ແລະ ຊໍາລະສະສະສາງສິ່ງຂອງຕ່າງໆທີ່ລັດແຕ່ລະປະເທດສ້າງຂຶ້ນ ມູນຄ່າຂອງເງິນແມ່ນຂື້ນກັບ Utility ຂອງມັນ (ປະໂຫຍດໃນການໃຊ້ສອຍ) ຖ້າມີ Utility ຫຼາຍປານໃດແປວ່າຄວາມຕ້ອງການໃຊ້ ແລະ ມູນຄ່າກໍ່ຈະຫຼາຍໄປຕາມໆກັນ.

ປະຕິເສດບໍ່ໄດ້ວ່າບ້ານເຮົາແມ່ນປະເທດທີ່ເພິ່ງພາຕົນເອງບໍ່ໄດ້ (ບໍ່ກຸ້ມຕົນເອງ), ເຖິງຈະມີແຜ່ນດິນທີ່ອຸດົມສົມບູນ ຫລື ເປັນປະເທດທີ່ເຮັດກະສິກຳເປັນສ່ວນໃຫຍ່, ແຕ່ຜົນຜະລິດພາຍໃນກໍບໍພໍຕໍ່ການຊົມໃຊ້ ແລະ ບໍ່ເປັນທີ່ຖືກໃຈຂອງຕະຫລາດ.

ເພາະສະນັ້ນບ້ານເຮົາແມ່ນເພິ່ງພາການນຳເຂົ້າເກືອບທັງຫມົດ ສັງເກດຢູ່ຕາມຄົວເຮືອນຕ່າງໆ ຜະລິດຕະພັນທີ່ຊົມໃຊ້ໃນຊີວິດປະຈຳວັນສ່ວນໃຫຍ່ແລ້ວເກື້ອບທັງຫມົດ ບໍ່ວ່າຈະເປັນເຂົ້າສານອາຫານແຫ້ງເຄື່ອງອຸປະໂພກບໍລິໂພກສ່ວນໃຫ່ຍໆເກືອບວ່າ 80-90% ແມ່ນນຳເຂົ້າທັງຫມົດ.

ເຮັດໃຫ້ໃນແຕ່ລະເດືອນທຸກຄົນຈະໄດ້ຍິນຂ່າວຕະຫລອດວ່າປະເທດເຮົາຂາດດຸນການຄ້າຕະຫລອດ, ນັ້ນຫມາຍເຖິງເຮົາມີພາລະລາຍຈ່າຍຫລາຍກວ່າລາຍຮັບ ແລະເປັນຫຍັງເງິນກີບນັບມື້ນັບອອ່ນຄ່າຂຶ້ນເລື້ອຍໆ ເນື່ອງຈາກວ່າທຸກໆພະລິດຕະພັນເຄື່ອງໃຊ້ຕ່າງໆໃນທີ່ເຮົານໍາໃຊ້ໃນປັດຈຸບັນນີ້ແມ່ນເຮົາຜະລິດບໍ່ໄດ້ ຈຶ່ງຕ້ອງໄດ້ນຳເຂົ້າ.

ເມື່ອເຮົາຕ້ອງການນຳເຂົ້ານັ້ນກໍ່ຫມາຍເຖິງເຮົາເອົາເງິນໄປຊື້ເຂົານັ້ນເອງ ມ໋ອງນັ້ນການແລກປ່ຽນເງິນຕາຈຶ່ງເກີດຂື້ນ.

ຕົວຢ່າງ: ແນ່ນອນວ່າເຮົາບໍ່ສາມາດເອົາເງິນກີບໄປຊື້ລົດໄດ້ ເພາະສະນັ້ນເຮົາກໍ່ຈະຕ້ອງເອົາເງິນບ້ານເຮົາໄປປ່ຽນເປັນເງິນ ໄທ, ໂດລາ ຫລືສະກຸນເງິນຕາອື່ນໆທີ່ເຂົາເປັນຜູ້ຜະລິດ ເພື່ອໄປຊື້ລົດເຂົາ ແລະ ເງິນໄທTHB ຫລື ໂດລາUSD ທີ່ເຮົາໄປຊື້ລົດນໍາເຂົາໄດ້ນັ້ນເຮົາໄປໄດ້ມາແຕ່ໃສ.

ເຊິ່ງສ່ວນໃຫຍ່ແລ້ວເຮົາຫາເງິນຕາຕ່າງປະເທດມາໄດ້ແມ່ນໄດ້ມາຈາກ ບໍ່ແຮ່, ພະລັງງານໄຟຟ້າ ແລະ ສິນຄ້າກະສິກໍາບາງສ່ວນ ທີ່ເປັນຫລັກໆຕົ້ນຕໍ.

ເມື່ອລັດໄດ້ເງິນມາຫລາລັດກໍຈະອອກພັນທະບັດທີ່ເອີນວ່າ ລາວກີບອອກມາເພື່ອນໍາໃຊ້ພາຍໃນປະເທດ ໂດເອົາຊັບສິນທີ່ເຮົາມີ ແລະຫາມາໄດ້ ເປັນໂຕຄໍ້າ (back up) ຕົວຢ່າງເຊັ່ນ: ລັດຫາມາໄດ້ 100$ ກໍຈະຜະລິດ ເງິນກີບອອກມາໃນລະບົບ 1.000.000₭ ເມື່ອເຮົາຢາກໃຊ້ ຫລື ເຮັດທຸລະກໍາກັບຕ່າງປະເທດນັ້ນ ເຮົາກໍ່ເອົາເງິນກີບໄປແລກກັບລັດ ທີ່ມີໂຕກາງ ທີ່ເປັນທະນາຄານນັ້ນເອງເພື່ອອອກມານໍາໃຊ້.

ໃນກໍລະນີທີ່ຄ່າເງິນມັນດີດໂຕຄືແບບນີ້ກໍ່ຍ້ອນວ່າ ເຮົາຫາເງິນບໍ່ໄດ້ (ຂາດດຸນການຄ້າ) 100$ ແຕ່ເຮົາຍັງຕ້ອງການໃຊ້ເງິນ 100$ ເລີຍເຮັດໃຫ້ມູນຄ່າຂອງ 100$ ທີ່ຄວນຈະເທົ່າ 1,000,000 ກີບ ນັ້ນກາຍເປັນ 1,4++,+++ ກວ່າ.

ເນື່ອງຈາກວ່າບ້ານເຮົາສ່ວນຫລາຍແມ່ນນຳເຂົ້າເຮັດໃຫ້ ເຮົາຕ້ອງໄດ້ໃຊ້ເງິນຕາຕ່າງປະເທດເພື່ອຊໍາລະສະສາງ. ຕາມລະບົບແລ້ວຖ້າເມືອງລາວໃຊ້ແຕ່ເງິນນກີບເມື່ອແມ່ຄ້າ ຫລື ຫົວຫນ່ວຍທຸລະກິດໃດ ຂາຍເຄື່ອງມາໄດ້ ກໍ່ຈະໄປແລກກັບລັດຜ່ານຫົວຫນ່ວຍທາງການເງິນທີ່ເອີ້ນວ່າທະນາຄານ ເປັນເງິນຕາຕ່າງປະເທດເພື່ອຊື້ເຄື່ອງເຂົ້າມາຂາຍຕໍ່.

ແຕ່ສະຖານະການນະປັດຈຸບັນກັບບໍ່ເປັນໄປຕາມນັ້ນເນື່ອງຈາກບ້ານເຮົາຂາດດຸນການຄ້າໃນແຕ່ລະເດືອນເຮັດໃຫ້ເງິນທຶນສຳຮອງ ທີ່ back up ຫນ້ອຍລົງ ຈຶ່ງເຮັດຫົວຫນ່ວຍການເງິນຂອງລັດ (ທະນາຄານ) ບໍ່ສາມາດຕອບສະຫນອງໃຫ້ແກ່ຫົວຫນ່ວຍທຸລະກິດໄດ້.

ແຕ່ເຮັດແນວໃດ໋ໃນເມື່ອເຮົາຍັງຕ້ອງກິນຕ້ອງໃຊ້ ແລະ ເຄື່ອງທີ່ໃຊ້ລ້ວນແລ້ວແຕ່ນຳາເຂົ້າ ຈຶ່ງເຮັດໃຫ້ທາງ ແມ່ຄ້າຊາວຂາຍ ຫົວຫນ່ວຍ ທຸລະກິດຕ່າງໆ ຜູ້ທີ່ບໍ່ສາມາດເຂົ້າເຖິງເງິນຕາຕ່າງປະເທດຜ່ານການບໍລິການຂອງລັດໄດ້ຈຶ່ງຈຳເປັນຕ້ອງແລກຢູ່ທາງຮ້ານແລກປ່ຽນເງິນຕາພາຍນອກ ເຊິ່ງເຮັດໃຫ້ເກີດລາຄາແທ້ຂຶ້ນມາ (ລາຄາຕະຫລາດ) ຂຶ້ນກັບການສະຫນອງ ແລະ ຄວາມຕ້ອງການຂອງຜູ້ຊົມໃຊ້ລ້ວນໆ (demand supply) ຄືຈັ່ງຮຽນມາຫັ້ນລະ.

ຈຶ່ງເຮັດໃຫ້ລາຄາຕາມຮ້ານແລກປ່ຽນນັ້ນມີລາຄາສູງກວ່າທະນາຄານຢ່າງຫລວງຫລາຍຢ່າງເຫັນໄດ້ຊັດ. ໄດ້ຢິນວ່າລັດຈະລົງມາຄວບຄຸນອັດຕາແລກປ່ຽນນະປະຈຸບັນນີ້.

ບອກເລິຍວ່າຖ້າເຮັດໄດ້ແທ້ເລືອງລາວສິບໍ່ວຸ້ນວາຍແບບນີ້ເລີຍ. ຖ້າໃຫ້ແລກຢູ່ທະນາຄານ ເລດທະນາຄານທີຕໍ່າກວ່າລາຄາຕະລາດນັ້ນ ບອກເລີຍວ່າແມ່ນຄວບຄຸມໄດ້ແນ່ນອນ ເພາະມັນກໍ່ຈະສົ່ງຜົນໃຫ້ລາຄາສິນຄ້າຫລຸດລົງຕາມຄ່າຂອງເງິນ easy ເພາະມູນຄ່າຂອງເງິນຂຶ້ນກັບພະລິດທະພັນທີ່ໃຊ້ນັ້ນເອງຢູ່ບ້ານເຮົາ. ຕິດແຕ່ວ່າຢ້ານບໍ່ມີໃຫ້ແລກຫັນລະມັນຈຶ່ງຢາກ.

ອີກທາງຫນຶ່ງກະຄືຫລຸດການເພິ່ງພາພາຍນອກເພື່ອ ເບິ່ງໃກ້ໆສິ່ງທີ່ເຮົາເຮັດໄດ້ຄື ສົ່ງເສີມການຜະລິດພາຍໃນຫລຸດຜ່ອນການເພິ່ງພາອາໃສຄົນອື່ນ (ນຳ້ມູກນໍ້າມັນກະບໍ່ເວົ້າສາ) ເອົາເປັນສິ່ງນ້ອຍໆທີຄວນຈະເຮັດໃຫ້ໄດ້ກ່ອນຄື: ເຄື່ອງໃຊ້ອຸປະໂພກບໍລິໂພກ, ເຂົ້ານໍ້າທາມປາໃຫ້ມັນໄດ້ກ່ອນ ອັນນີ້ຖ້າວ່າຢາມໃດ໋ກະຊື້ແຕ່ຂອງເພິ່ນເມື່ອລາຍໄດ້ປະເທດຫລຸດລົງແບບນີ້, ແຕ່ຍັງມີຄວາມຕ້ອງການໃຊ້ຄືເກົ່າເລີຍເຮັດໃຫ້ເກີດສະຖານະການຫຍຸ້ງຍາກຄືແບບນີ້.

ຖ້າບ້ານເຮົາສາມາດແກ້ໄຂ ແລະ ນຳໃຊ້ພະລິດທະພັນພາຍໃນໄດ້ແລ້ວ ເງິນກີບ utility (ການນຳໃຊ້) ຂອງມັນກໍຈະຫລາຍຂຶ້ນເຊັ່ນດຽວກັນ. ເຮົາຫາເງິນມາໄດ້ກະຜະລິດກິນເອງບໍ່ໄປຊື້ນໍາເພິ່ນ ຫລຸດການໃຊ້ຈ່າຍພາຍນອກ ເຮົາກໍຈະມີເງິນຫລາຍຂຶ້ນນັ້ນເອງ.

ປະເດັນຄືເວົ້າລະມັນງ່າຍ ແຕ່ສະພາບໂຕຈິງລະຫນ້າເປັນຫວ່ງ ເພາະກະສົ່ງເສີມກັນຕັ້ງຫລາຍປີກໍ່ຍັງບໍ່ຄ່ອຍເຫັນມີອັນໃດພົ້ນເດັ່ນ ພໍສິເປັນອູ່ເຂົ້າອູ່ນໍ້າແທ້ໆ (ປະເດັນບັນຫາການຜະລິດນີ້ຕອນຮຽນຂ້າພະເຈົ້າໄດ້ລົງໄປເຮັດບົດວິໄຈໃນຫລາຍຂົງເຂດຂອງບ້ານເຮົາພົບວ່າຍັງມີບັນຫາຫນັກຫລາຍ ແລະ ບໍ່ແປກໃຈເລີຍວ່າ why we’re here ວ່າງຢາມໃດລະສິມາເລົ່າສູ່ຟັງ).

ໃນສະຖານະການແນວນີ້ເຮົາປະຊາຊົນໂຕນ້ອຍໆສິເຮັດແນວໃດ໋ໃຫ້ຢູ່ລອດ. ທີ່ຈິງແລ້ວເວົ້າຈາກໃຈ ແລະ ຈາກການໄດ້ວິເຄາະຕາມຂໍ້ມູນ ແລະ ສະພາບສັງຄົມປັດຈຸບັນ. ຂ້າພະເຈົ້າຍັງບໍ່ຮູ້ ແລະ ບໍ່ເຫັນວ່າມີທ່າແຮງໃດ໋ທີ່ຈະເຮັດໃຫ້ເຮົາຜ່ານວິກິດຄັ້ງນີ້. ວິກິດເງິນເຟີ້ນີ້ບອກເລິຍວ່າເຈັບເມີດທຸກຄົນ.

ຄົນທີ່ບໍ່ເຈັບກະຄືຄົນບໍ່ໃຊ້, ຖືເງິນກີບຫັນລະ, ຄົນທີ່ມີເງິນຄໍາຕ່າງປະເທດກະສິເຈັບຫນ້ອຍແນ່, ແຕ່ເຮົາກະຄົນລາວສ່ວນໃຫຍ່ແລ້ວກະຕ້ອງໃຊ້ເງິນກີບເມີດຫັນລະຫວາ ຊັບສິນທຸກຢ່າງລວນແລ້ວແຕ່ຢູ່ໃນປະເທດລາວ, ຖ້າເງິນເຟີຫນັກໆຂຶ້ນມານີ້ ຄົນລວຍກະສາມາດທຸກໄດ້ ຄົນທຸກແຮງທຸກ ແຮງບໍ່ມີອັນສິກິນ.

ປົກກະຕິແລ້ວເງິນເປັນ value (ມູນຄ່າ) ຂອງຊາດການທີ່ເງິນຈະຕີງໄດ້ບໍ່ແມ່ນເລື່ອງທີ່ງ່າຍໆຖ້າເສດຖະກິດເຮົາມັນດີ(ບໍ່ໄດ້ຫມາຍຄວາມວ່າດີເລິດ, ພໍເບິ່ງແຍງຕົນເອງໄດ້ແນ່) ຖ້າທຽບໃສ່ USD $ ແລ້ວ ຕີງ 50-100₭/$ ນີ້ກະຖືວ່າຫນັກແລ້ວ, ໃນສະຖານະການປັດຈຸບັນບ້ານເຮົາບາງມື້ຕີງໄປເປັນ 1,000₭ ແຖມຖີ່ ແລະ ຮຸນແຮງຂຶ້ນເລື້ອຍໆ ນັ້ນບົ່ງບອກເຮົາຫລາຍໆຢ່າງກັບສະຖານະການແບບນີ້.

ສິເປັນຈັ່ງໃດ໋ຖ້າເງິນບາດ ໄປຮອດ 500₭/THB ແລະ 20.000₭/$. ຖ້າໄປຮອດນັ້ນແທ້ເຮົາຂ້າພະເຈົ້າໄດ້ແຕ່ຄິດວ່າມັນຍັງສິນໍ້າມັນລົດໃຫ້ເຮົາໃສ່ຢູ່ບໍ, ໄຟຟ້າ-ນໍ້າປະປາກະສິມາປົກກະຕິບໍ່ ເຂົາຫນົມ ແພ່ມເພີດ ຢາປົວພະຍາດສິລາຄາເທົ່າໃດຍັງສິມີໃຫ້ຊື້ບໍ່ ແລະ ຜົນກະທົບອີກຫລາຍໆຢ່າງທີ່ຈະຕາມມາມາກມາຍມະຫາສານ. ໃຜ໋ຂີ່ລົດໃຫຍ່ໄດ້ນິຄືສິແບບລວຍຈັດ ແລະ ສັງຄົມສິເປັນຈັ່ງໃດ໋ ເງິນ ພາກທຸລະກິດນ້ອຍໃຫຍ່ ພໍຄ້າຊາວຂາຍປະຊາຊົນສ່ວນຫລາຍສິຢູ່ຈັ່ງໃດ໋.

ເພາະເບິ່ງໄປເບິງມາເຮົາກໍ່ມີສະພາບບໍ່ຕ່າງຫຍັງກັບປະເທດ ເວເນສຸເອລາ ກັບ ສີລັງກາ ແລະ ຫລາຍປະເທດ ທີ່ເຈີຫນັກໆແບບນີ້. ປະຕິເສດບໍ່ໄດ້ວ່າຫລາຍປະເທດກໍ່ຖືກວິກິດເສດຖະກິດຖົດຖອຍ ແລະ ອັດຕາເງິນເຟີແບບນີ້ຄືກັນ ເນື່ອງຈາກພະຍາດ ສົງຄາມ ແລະ ສະພາບໂລກທີ່ເປັນແບບນີ້ ແຕ່ປະເທດທີ່ເຈັບຫນັກ ແລະ ມາໄວກ່ອນຫມູ່ນັ້ນສ່ວນຫລາຍແລ້ວປະເທດບໍ່ສາມາດເພິ່ງພາຕົນເອງໄດ້.

ບັນຫາເລົ່ານີ້ບໍ່ແມ່ນໄທເຮົາເຈົ້າຂ້ອຍສິແກ້ໄດ້,ແຕ່ກະບໍ່ປະຕິເສດວ່າເຮົາກະຕ້ອງມີສ່ວນຮ່ວມໃນການສ້າງສາ ເພາະວິກິດເງິນເຟີບໍ່ ແນວສິແກ້ກັນງ່າຍໆ, ຜູ້ທີ່ຈະແກ້ເຊືກທີ່ມັດແຫນ້ນລະຊັບຊ້ອນນິໄດ້ ໄດ້ຕ້ອງເກັ່ງ ໄວ ແລະ ມີທີມທີ່ດີ ແລະ ມີຄວາມ ສາມາດແບບຫລາຍໆໆໆ. ບໍ່ແມ່ນ erhhhhh ao pen var khao jai.

ອັນນີ້ຂ້າພະເຈົ້າກະຂຽນຕາມຄວາມຮູ້ກະປ່ອກກະແປ໋ກອັນຫນ້ອຍນິດທີ່ຮູ້ ແລະ ຜະສົບການທີ່ເຮັດວຽກ ແລະ ສຶກສາມາ ເລີຍຢາກມາແລກປ່ຽນນໍາ. ບໍ່ໄດ້ມີເຈດຕະນາອື່ນໃດ໋ທັງນັ້ນ.

ປະເດັນຫລັກຄືຢາກແລກປ່ຽນຄວາມຮູ້ ແລະ ຄວາມຮູ້ສຶກຜູ້ຄົນທີ່ມີຜົນຖືກຜົນກະທົບຈາກວິກິດຄັ້ງນີ້ເທົ່ານັ້ນ. ອັນວ່າ Lao kip is going useless ນັ້ນ, ແມ່ນໃຫ້ທຸກຄົນຄິດ ແລະ ຕັດສິນໃຈເອງ ເພາະ ອັນນີ້ ແມ່ນ my own research ຂອງຂ້າພະເຈົ້າ (ຂ້ອຍອາດຈະຄິດຜິດກະໄດ້). ຖືກຜິດອັນໃດ໋ຕິຊົມກັນໄດ້. ໃຫ້ເວົ້າກັນດ້ວຍເຫດຜົນເນີ

ສາລະໜ້າຮູ້