ຂ່າວດ່ວນ…ເກົາຫລີເໜືອ ກວດພົບຜູ້ຕິດເຊື້ອໂຄວິດ ຄົນທຳອິດໃນປະເທດ
ສຳນັກຂ່າວ KCNAລາຍງານວ່າ: ວັນທີ12 ພຶດສະພານີ້,ສປປ ເກົາຫລີ ຢືນຢັນ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໃໝ່ ໂອມີຄຣອນ ເປັນສາຍພັນຍ່ອຍ BA.2ທີ່ແພ່ເຊື້ອໄດ້ໄວ ເປັນຄົນ ທຳອິດ ຂອງປະເທດ
ໃນຮອບກວ່າ 2ປີຜ່ານມາ ຖືວ່າ ເປັນເຫດການ ສຸກເສີນ ລະດັບຊາດ ຮ້າຍແຮງ ທີ່ສຸດ.
ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ສປປ ເກົາຫລີ ພວມຕິດຕາມ ເຝົ້າລະວັງ ຢ່າງໃກ້ຊິດ ເພື່ອຄວບຄຸມ ການແພ່ລະບາດ ໃຫ້ໄວທີ່ສຸດ