ຫລາຍບໍລິສັດໃນຍີ່ປຸ່ນ ກຳລັງຫັນມາເປັນເຮັດວຽກ 4 ມື້ ແລະ ພັກ 3 ມື້ຕໍ່ອາທິດ ເພື່ອໃຫ້ພະນັກງານມີເວລາຢູ່ກັບຄອບຄົວຫລາຍຂຶ້ນ ແລະ ເພື່ອເພີ່ມຄວາມສົມດຸນຂອງຊີວິດການເຮັດວຽກລັດຖະບານຍີ່ປຸ່ນໄດ້ລະບຸໃນແນວທາງນະໂຍບາຍເສດຖະກິດ ລ່າສຸດວ່າ, ປັດຈຸບັນນີ້ກຳລັງຊຸກຍູ້ໃຫ້ບໍລິສັດຕ່າງໆ ຫັນມາເປັນການເຮັດວຽກ 4 ມື້ຕໍ່ອາທິດ Panasonic, Hitachi, Mizuho ແລະ Uniqlo Fast Retailing Co.,ເປັນບໍລິສັດຫຼ້າສຸດທີ່ມີການອະນຸຍາດໃຫ້ພະນັກງານຫລຸດການເຮັດວຽກເປັນ 4 ມື້ຕໍ່ອາທິດ.
ໃນປີທີ່ຜ່ານມາ ຈາກການສຳຫຼວດບໍລິສັດ 4,000 ແຫ່ງ ພົບວ່າ 8.5% ຂອງບໍລິສັດບໍ່ໄດ້ບັງຄັບວ່າພະນັກງານຕ້ອງມາເຮັດວຽກ 5 ມື້ເຕັມ/ອາທິດ ປະທານບໍລິສັດPanasonic ທ່ານ Yuki Kusumi ກ່າວວ່າ: ‘ມັນເປັນຄວາມຮັບຜິດຊອບຂອງພວກເຮົາທີ່ຈະຮັບປະກັນ ຄວາມສົມດຸນຂອງຊີວິດການເຮັດວຽກ ໃຫ້ ກັບພະນັກງານຂອງພວກເຮົາ.”
ໃນເດືອນສິງຫາ 2019, Microsoft Japan ໄດ້ປະຕິບັດອາທິດທີ່ 4 ມື້ໃຫ້ 4 ພະນັກງານ 2,300 ຄົນ.
ບໍລິສັດກ່າວວ່າຫລັງຈາກເລີ່ມປະຕິບັດຜົນຜະລິດໄດ້ເພີ່ມຂຶ້ນ ເຖິງ40 ເປີເຊັນ, ການປະຊຸມມີປະສິດທິພາບຫຼາຍຂຶ້ນ ແລະ ພະນັກງານ ມີຄວາມສຸກກັບວຽກຫລາຍຂຶ້ນ ແລະ ໄດ້ໃຊ້ເວລາວ່າງຫນ້ອຍລົງ. ທີ່ມາ: Japan Time