ສຳນັກຂ່າວ ຣອຍເຕີ,ວັນທີ9 ພຶດສະພານີ້ ທຳນຽບ ລັດຖະບານ ສີລັງກາ ອອກຖະແຫລງ ການວ່າ:ທ່ານ ມາຫິນທາ ຣາຈາປັດຊາ(Mahinda Rajapaksa),ລາອອກຈາກ ຕຳແໜ່ງ ນາຍົກ ລັດຖະມົນຕີ ສີລັງກາ ເນື່ອງຈາກ ເປັນທາງອອກ ທີ່ດີສຸດ ໃນການຫລຸດຜ່ອນ ຄວາມຮຸນແຮງ ຂອງວິກິດການ ທີ່ເກີດຂຶ້ນ ແລະ ເພື່ອການຈັດຕັ້ງ ລັດຖະບານ ຊຸດໃໝ່ ພາຍຫລັງ ປະກາດ ສະຖານະການ ສຸກເສີນ ຕັ້ງແຕ່ທ້າຍອາທິດ ຜ່ານມາ
ເນື່ອງຈາກ ມີການປະທ້ວງ ຮຸນແຮງ ຂະຫຍາຍອອກ ເປັນວົງກວ້າງ ເຮັດໃຫ້ເກີດການປະທະກັນ ລະຫວ່າງ ກຸ່ມຄົນປະທ້ວງ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສະເຫງົາ ມີຜູ້ບາດເຈັບກວ່າ 20ຄົນ.ປັດຈຸບັນ ສີລັງກາ ພວມຜະເຊີນກັບ ວິກິດ ທາງເສດຖະກິດ ຮຸນແຮງທີ່ສຸດ ນັບແຕ່ ໄດ້ຮັບ ເອກະລາດ ຈາກອັງກິດ ເມື່ອປີ 1948,ບັນຫາ ການຂາດແຄນ ອາຫານ ແລະ ພະລັງງານ ສົ່ງຜົນໃຫ້ມີ ການຕັດໄຟຟ້າ ວັນລະ 13ຊົ່ວໂມງ ແລະ ບັນຫາ ອື່ນໆອີກ.
ທັງນີ້, ການລາອອກຂອງທ່ານ ມະຫິນທາ ເຊິ່ງເປັນອ້າຍຂອງປະທານາທິບໍດີ ໂກຕາພະຍາ ຣາຊປັກສາ ເກີດຂຶ້ນຫລັງການປະທ້ວງຮຸນແຮງຮອບໃໝ່ ໃນວັນທີ 8 ພຶດສະພາຜ່ານມາ ສົ່ງຜົນໃຫ້ຕ້ອງມີການປະກາດສະຖານະການສຸກເສີນທົ່ວປະເທດອີກ.
ເຖິງຢ່າງໃດກໍຕາມ, ການທີ່ທ່ານ ຣາຊປັກສາ ຜູ້ນ້ອງຍັງປະຕິເສດລາອອກຈາກຕຳແໜ່ງ ແລະ ປະກາດສະຖານະການສຸກເສີນທົ່ວປະເທດ ນັບແຕ່ວັນທີ 6 ພຶດສະພາຜ່ານມາ ຫລັງເກີດເຫດປະລະວຽກປະທ້ວງຂອງເຈົ້າໜ້າທີ່ຈາກໜ່ວຍງານຫລາຍແຫ່ງ ແລະ ການເດີນຂະບວນຂັບໄລ່ລັດຖະບານ ບໍລິເວນອາຄານລັດຖະສະພາໃນນະຄອນຫລວງໂຄລຳໂບ ເຊິ່ງລຸກລາມກາຍເປັນການປະທະຢ່າງໜັກ ລະຫວ່າງຕຳຫລວດປາບຈະລາຈົນກັບມວນຊົນທີ່ເຂົ້າຮ່ວມການຊຸມນຸມ.
ປັດຈຸບັນ, ສີລັງກາກຳລັງຜະເຊີນວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດຈາກອັງກິດ ເມື່ອປີ 1948 ໂດຍການບໍລິຫານນະໂຍບາຍທີ່ຜິດພາດຫລາຍເລື່ອງ ເຮັດໃຫ້ລັດຖະບານເກືອບບໍ່ມີທຶນສຳຮອງສາກົນ ເພື່ອໃຊ້ນຳເຂົ້າສິນຄ້າຈຳເປັນຕໍ່ການດຳລົງຊີວິດ ບໍ່ວ່າຈະເປັນອາຫານ ຫລື ພະລັງງານ ສົ່ງຜົນໃຫ້ຕ້ອງມີການຕັດກະແສໄຟຟ້າເຖິງວັນລະ 13 ຊົ່ວໂມງ ແລະ ການທີ່ທ່ານ ຣາຊປັກສາ ຍັງປະຕິເສດລາອອກຈາກຕຳແໜ່ງ ຍິ່ງເພີ່ມຄວາມຄຽດແຄ້ນໃຫ້ປະຊາຊົນ.