ຈາກຜູ້ໃຊ້ເຟສບຸກ ຊື່ Kham Vlt ໄດ້ໂພສ໌ ໃນວັນທີ 19 ມິຖຸນາ 2022 ມີເນື້ອໃນວ່າ: ຂ້າພະເຈົ້າຂຶ້ນມາບ້ານລະບັງເອີນໄດ້ເກັບກະເປົ໋າເງິນເຮ່ຍ ຢູ່ເສັ້ນທາງສະຫວັນ ຫາ ບ້ານ ນາຄຳ.
ໃຜເຮັດກະເປົ໋າຕົກລະຕິດຕໍ່ພົວພັນເອົານຳຂ້ອຍເດີເງິນ ໂດລາ ມີ 13,500$ ( ເປັນເງິນກີບປະມານ 204,174,000 ກີບ “ໄລ່ຕາມເຫຼດລາຍວັນວັນນີ້ ) ແລະ ເງິນກີບ ມີ 87 ລ້ານກີບ.
ຕໍ່ມາຜູ້ກ່ຽວຕິດຕໍ່ເຂົ້າມາທາງ ເພຈ ທີ່ໄດ້ລົງເລື່ອງລາວຂອງລາວຕໍ່ຈາກລາວ ວ່າ: ເງີນຈຳນວນດັ່ງກ່າວ ເປັນເງິນຜູ້ກ່ຽວເອງ ໂພສ໌ ຢອກຫມູ່ຊື່ໆ.
ຄົນລວຍເຂົາຢອກກັນແບບນີ້ເລີຍຫວາ? ຝາກໄປເຖີງລາວແດ່ ມັນບໍ່ແມ່ນເລື່ອງຫຼີ້ນໂພສຢອກໂພສຫຼີ້ນໆ
ເພາະຊາວເນັດເຂົາຄິດວ່າເລື່ອງຈິງ ເຂົາແຊຣ໌ຊ່ວຍຫາເຈົ້າຂອງ ສຸດທ້າຍມາສະເຫຼີຍວ່າພຽງໂພສຢອກໝູ່ ຄົນທີ່ເສຍຫາຍກະເຈົ້າຫັ້ນດອກ