ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ ກຽມທາງດ່ວນ ນະຄອນຫຼວງ-ປາກເຊ ແລະ ຫ້ວຍຊາຍ-ບໍ່ເຕັນ
ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳປະທານກວດກາພັກ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕາງ ໜ້າໃຫ້ຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ທົ່ວຂະແໜງ ຍທຂ ໄດ້ໃຫ້ສໍາພາດກ່ຽວກັບ ວຽກງານພັດທະນາໂຄງລ່າງພື້ນຖານຄົມມະນາຄົມຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ວຽກງານຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ ໄດ້ສືບຕໍ່ເອົາໃຈໃສ່ປັບປຸງ ຍົກລະດັບເສັ້ນທາງຫຼວງແຫ່ງຊາດໃຫ້ໄດ້ມາດຕະຖານອາຊຽນ ຫຼື ທຽບເທົ່າກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດທາງຫຼວງແຫ່ງຊາດກັບທາງຫຼວງທ້ອງຖິ່ນ ແລະ ເຂົ້າເຂດຈຸດສຸມການຜະລິດ ໃນນີ້, ເສັ້ນທາງອະນຸພາກພື້ນທີ່ເປັນແລວເສດຖະກິດ ເຊື່ອມຈອດຕາເວັນອອກຕາເວັນຕົກ ແລະ ເໜືອ-ໃຕ້…